ຫອມກິ່ນອິນທະຫວາ
+++++++++++++
ອິນທະຫວາຮ່ວງເຮົ້າ ໂຊຍກິ່ນລິນຫອມ
ພັດລອຍມາຕາມລົມ ຊື່ນຊົມພະໄທແຍ້ມ
ແນມສ່ອງມອງກົກເຄົ້າ ອິນທະຫວ່າຕົ້ນເກົ່າ
ນຶກເຫັນໜ້າຄົນຮັກເຄົ້າ ທີ່ເຄີຍເຝົ້າດົມດອມ
ອິນທະຫວາກິ່ນຕ້ອມ ຫອມກຸ່ນໂຊຍມາ
ເໜືອນດັ່ງນາງຫວນກັບ ຕ່າວຄືນມາຢ້ຽມ
ທຽມຄູ່ຄອງຄຽງງຂ້າງ ດົມດອມເດັດດອກ
ອິນທະຫວາຍອດສ້ອຍ ຊົມຫຼິ້ນກິ່ນສະເໜ
ບຸບເພພາພາດພັ້ງ ຈຶ່ງພາກພັດແພງຂວັນ
ສາຍແນນແນແນວມັດ ຂາດເສັຍສູນສ້ຽງ
ຍ້ອນວ່າບຸບເພພາສ້າງ ປາງຫຼັງຊາດແຕ່ກ່ອນ ພຸ້ນບໍ
ຈຶ່ງໄດ້ພຽງພົບພໍ້ ພໍໃຫ້ຫ່ວງຄິດເຖິງ
ບາງຄາວຈິດອ້າຍເສົ້າ ເມື່ອດົມກິ່ນອິນທະຫວາ
ລົມອ່ອນໂຊຍພັດມາ ຫາກຢູ່ດຽວດາຍກະລ້າ
ເຖິງວ່າກິ່ນຂອງເຈົ້າ ອິນທະຫວາຕົ້ນເກົ່າ
ຍັງຫອມຫວນດັ່ງເຄົ້າ ບໍ່ມີເຈົ້າອ້າຍລະທົມ
ຫອມກິ່ນດວງດອກໄມ້ ຕົ້ນເກົ່າເຄີຍຊົມ
ຈິດລະບົມບວມໜັກ ອັ່ງອໍອົນເອົ້າ
ນວນນົງນາງຄານເຈົ້າ ຄິດເຫັນຄາວຫຼັງເກົ່າ ຢູ່ບໍ
ສອງເຮົາເຄີຍນັ່ງເຝົ້າ ຊົມຊ້ອນກິ່ນຫອມ
ນວນນົງນາງພາກອ້າຍ ຍ້ອນເຫດກິດຈຳເປັນ
ບໍ່ແມ່ນເວນວຽນເຖິງ ຫາກແມ່ນໃຈຈຳເວັ້ນ
ແຕ່ວ່າຈິດໃຈອ້າຍ ຍັງຈົດຈຳດ້ວຍໃຈຊື່
ຊົມດອກອິນທະຫວາເກືອບທຸກມື້ ໃຫ້ໃຈຊື້ນຊື່ນສະເໝີ
ມື້ນີ້ອ້າຍໄດ້ເກັບດອກໄມ້ ທີ່ນ້ອງຮັກຊົມຫອມ
ບູຊາຊູໄຕລັດ ຍົກສູງເໜືອສຽນເກົ້າ
ກິ່ນຫອມຫວນອວນເອົ້າ ບູຊາທຳພຸດທະບາດ
ປາດຖະໜາໃຫ້ນ້ອງ ມີສຸກລົ້ນຢູ່ກະເສີມ
ອ້າຍນີ້ຫວັງຢູ່ຢັ່ງ ຕັ້ງຕໍ່ຕາມປະສົງ
ຈິດຈຳນົງໃນຈຸດໝາຍ ເດີນຕາມພຣະທຳຊີ້
ເອົາຂັນຕິນຳໜ້າ ເອົາສັດທາຍູ້ສົ່ງ
ຈຸດປະສົງບວດສ້າງ ສິນສ້ອຍປະກອບບຸນ
ເພື່ອອຸທິດສົ່ງໃຫ້ ຍາດມິດວົງວານ
ພ້ອມພໍ່ານວນນົງຄານ ໄດ້ຮ່ວມບຸນນຳດ້ວຍ
ຫວັງເພື່ອວິນຍູແຈ້ງ ແສງທຳດວງປະເສີດ
ອິນທະຫວາຫອມຫ່ວງເຮົ້າ ຄົງບໍ່ເທົ້າກິ່ນພຣະທຳ ນ້ອງເອີຍ
+++++++++++++
ອິນທະຫວາຮ່ວງເຮົ້າ ໂຊຍກິ່ນລິນຫອມ
ພັດລອຍມາຕາມລົມ ຊື່ນຊົມພະໄທແຍ້ມ
ແນມສ່ອງມອງກົກເຄົ້າ ອິນທະຫວ່າຕົ້ນເກົ່າ
ນຶກເຫັນໜ້າຄົນຮັກເຄົ້າ ທີ່ເຄີຍເຝົ້າດົມດອມ
ອິນທະຫວາກິ່ນຕ້ອມ ຫອມກຸ່ນໂຊຍມາ
ເໜືອນດັ່ງນາງຫວນກັບ ຕ່າວຄືນມາຢ້ຽມ
ທຽມຄູ່ຄອງຄຽງງຂ້າງ ດົມດອມເດັດດອກ
ອິນທະຫວາຍອດສ້ອຍ ຊົມຫຼິ້ນກິ່ນສະເໜ
ບຸບເພພາພາດພັ້ງ ຈຶ່ງພາກພັດແພງຂວັນ
ສາຍແນນແນແນວມັດ ຂາດເສັຍສູນສ້ຽງ
ຍ້ອນວ່າບຸບເພພາສ້າງ ປາງຫຼັງຊາດແຕ່ກ່ອນ ພຸ້ນບໍ
ຈຶ່ງໄດ້ພຽງພົບພໍ້ ພໍໃຫ້ຫ່ວງຄິດເຖິງ
ບາງຄາວຈິດອ້າຍເສົ້າ ເມື່ອດົມກິ່ນອິນທະຫວາ
ລົມອ່ອນໂຊຍພັດມາ ຫາກຢູ່ດຽວດາຍກະລ້າ
ເຖິງວ່າກິ່ນຂອງເຈົ້າ ອິນທະຫວາຕົ້ນເກົ່າ
ຍັງຫອມຫວນດັ່ງເຄົ້າ ບໍ່ມີເຈົ້າອ້າຍລະທົມ
ຫອມກິ່ນດວງດອກໄມ້ ຕົ້ນເກົ່າເຄີຍຊົມ
ຈິດລະບົມບວມໜັກ ອັ່ງອໍອົນເອົ້າ
ນວນນົງນາງຄານເຈົ້າ ຄິດເຫັນຄາວຫຼັງເກົ່າ ຢູ່ບໍ
ສອງເຮົາເຄີຍນັ່ງເຝົ້າ ຊົມຊ້ອນກິ່ນຫອມ
ນວນນົງນາງພາກອ້າຍ ຍ້ອນເຫດກິດຈຳເປັນ
ບໍ່ແມ່ນເວນວຽນເຖິງ ຫາກແມ່ນໃຈຈຳເວັ້ນ
ແຕ່ວ່າຈິດໃຈອ້າຍ ຍັງຈົດຈຳດ້ວຍໃຈຊື່
ຊົມດອກອິນທະຫວາເກືອບທຸກມື້ ໃຫ້ໃຈຊື້ນຊື່ນສະເໝີ
ມື້ນີ້ອ້າຍໄດ້ເກັບດອກໄມ້ ທີ່ນ້ອງຮັກຊົມຫອມ
ບູຊາຊູໄຕລັດ ຍົກສູງເໜືອສຽນເກົ້າ
ກິ່ນຫອມຫວນອວນເອົ້າ ບູຊາທຳພຸດທະບາດ
ປາດຖະໜາໃຫ້ນ້ອງ ມີສຸກລົ້ນຢູ່ກະເສີມ
ອ້າຍນີ້ຫວັງຢູ່ຢັ່ງ ຕັ້ງຕໍ່ຕາມປະສົງ
ຈິດຈຳນົງໃນຈຸດໝາຍ ເດີນຕາມພຣະທຳຊີ້
ເອົາຂັນຕິນຳໜ້າ ເອົາສັດທາຍູ້ສົ່ງ
ຈຸດປະສົງບວດສ້າງ ສິນສ້ອຍປະກອບບຸນ
ເພື່ອອຸທິດສົ່ງໃຫ້ ຍາດມິດວົງວານ
ພ້ອມພໍ່ານວນນົງຄານ ໄດ້ຮ່ວມບຸນນຳດ້ວຍ
ຫວັງເພື່ອວິນຍູແຈ້ງ ແສງທຳດວງປະເສີດ
ອິນທະຫວາຫອມຫ່ວງເຮົ້າ ຄົງບໍ່ເທົ້າກິ່ນພຣະທຳ ນ້ອງເອີຍ
ບຸນເຂົ້າປະດັບດິນສິ້ນເດືອນເກົ້າ
--------===(===)===-------
ພໍເມື່ອລະດູຍ້າຍ ເຂົ້າເຂດວັດສາການ
ເດືອນເກົ້າດັບມາບັນຈົບ ຄົບປີຕາມຕັ້ງ
ເປັນປະເພນີເຄົ້າ ຮີດສິບສອງຂອງເກົ່າ
ຊາວພຸດລາວພາກັນເຮັດບຸນຫໍ່ເຂົ້າ ຖວາຍນ້ອມພຣະສົງ
ບຸນເດືອນເກົ້າ ຄົບຂວບມາບັບຈົບ
ເປັນງານບຸນປະຈຳປີ ແຈກທານວານເຂົ້າ
ເປັນປະເພນີເຄົ້າ ຂອງລາວຄາວເກົ່າ
ເຮັດຫໍ່ເຂົ້າສົ່ງໃຫ້ ຍາດພີ່ນ້ອງສົ່ງບຸນ
ຜູ້ທີ່ຕາຍຈາກແລ້ວ ລາໂລກວາຍຊົນ
ວິນຍານວົນທົນທຸກ ຢູ່ຍົມພິບານພຸ້ນ
ຮອດປີສັງຂານຂ້າມ ເດືອນເກົ້າດັບເຂົາປ່ອຍ
ມາຮັບທານຍາດພີ່ນ້ອງ ສົ່ງໃຫ້ຝາກເຖິງ
ໂດຍ: ສາຍເຊລຳເພົາ
(ພອຈ. ເນືອງພິລັກ ໂຊຕິທອນ)
ວັນທີ 13 ສິງຫາ 2014
--------===(===)===-------
ພໍເມື່ອລະດູຍ້າຍ ເຂົ້າເຂດວັດສາການ
ເດືອນເກົ້າດັບມາບັນຈົບ ຄົບປີຕາມຕັ້ງ
ເປັນປະເພນີເຄົ້າ ຮີດສິບສອງຂອງເກົ່າ
ຊາວພຸດລາວພາກັນເຮັດບຸນຫໍ່ເຂົ້າ ຖວາຍນ້ອມພຣະສົງ
ບຸນເດືອນເກົ້າ ຄົບຂວບມາບັບຈົບ
ເປັນງານບຸນປະຈຳປີ ແຈກທານວານເຂົ້າ
ເປັນປະເພນີເຄົ້າ ຂອງລາວຄາວເກົ່າ
ເຮັດຫໍ່ເຂົ້າສົ່ງໃຫ້ ຍາດພີ່ນ້ອງສົ່ງບຸນ
ຜູ້ທີ່ຕາຍຈາກແລ້ວ ລາໂລກວາຍຊົນ
ວິນຍານວົນທົນທຸກ ຢູ່ຍົມພິບານພຸ້ນ
ຮອດປີສັງຂານຂ້າມ ເດືອນເກົ້າດັບເຂົາປ່ອຍ
ມາຮັບທານຍາດພີ່ນ້ອງ ສົ່ງໃຫ້ຝາກເຖິງ
ໂດຍ: ສາຍເຊລຳເພົາ
(ພອຈ. ເນືອງພິລັກ ໂຊຕິທອນ)
ວັນທີ 13 ສິງຫາ 2014
ດອກເຜິ້ງ
----------
- ບຸບຜາພັນຊາດເຊື້ອ ມີຊື່ຫຼາກນານາ
ມາລາພວງພັນຫອມ ຊື່ດີງາມດ້ວຍ
ລາວເຮົາລວຍຄວາມເວົ້າ ພາສາຂຽນແຕ້ມແຕ່ງ
ບູຮານລາວຕັ້ງຊື່ໄວ້ ດອກເຜິ້ງແທ້ໃຫ້ຈື່ເອົາ
----------
- ບຸບຜາພັນຊາດເຊື້ອ ມີຊື່ຫຼາກນານາ
ມາລາພວງພັນຫອມ ຊື່ດີງາມດ້ວຍ
ລາວເຮົາລວຍຄວາມເວົ້າ ພາສາຂຽນແຕ້ມແຕ່ງ
ບູຮານລາວຕັ້ງຊື່ໄວ້ ດອກເຜິ້ງແທ້ໃຫ້ຈື່ເອົາ
ຄົນຂີ່ຫຼັງຄວາຍ
----------------
- ຊີວິດຕິດແໜ້ນແຟ້ນ ໃນແດນເກີດຂອງຕົນ
ສູ້ຊົນທຳງານໜັກ ໄດ້ພັກກາຍພຽງນ້ອຍ
ຄອຍແຕ່ທຳງານສູ້ ຫາກິນລ້ຽງຊີບ
ປາກກັດທັງຕີນຖີບ ຫຼັງສູ້ຟ້າທ້າແດດຝົນ
- ຕົນໂຕໝົ່ນປົ່ນປີ້ ດຳກຳ່ໜັງໜາ
ຕີນມືຊາຂາແຂງ ບໍ່ອ່ອນນວມນູນນິ້ວ
ໜ້າຕາທັງດັງຄິ້ວ ຜົມຫຍອງຍຸ້ງຫຍາບ
ພາບທີ່ເຫັນບໍ່ງົດງາມດັ່ງເຈົ້າ ທຽບເທົ່າຜູ້ມັ່ງມີ
----------------
- ຊີວິດຕິດແໜ້ນແຟ້ນ ໃນແດນເກີດຂອງຕົນ
ສູ້ຊົນທຳງານໜັກ ໄດ້ພັກກາຍພຽງນ້ອຍ
ຄອຍແຕ່ທຳງານສູ້ ຫາກິນລ້ຽງຊີບ
ປາກກັດທັງຕີນຖີບ ຫຼັງສູ້ຟ້າທ້າແດດຝົນ
- ຕົນໂຕໝົ່ນປົ່ນປີ້ ດຳກຳ່ໜັງໜາ
ຕີນມືຊາຂາແຂງ ບໍ່ອ່ອນນວມນູນນິ້ວ
ໜ້າຕາທັງດັງຄິ້ວ ຜົມຫຍອງຍຸ້ງຫຍາບ
ພາບທີ່ເຫັນບໍ່ງົດງາມດັ່ງເຈົ້າ ທຽບເທົ່າຜູ້ມັ່ງມີ









