วันเสาร์ที่ 2 สิงหาคม พ.ศ. 2557


ເປັນຕາຊັງ
ເປັນຕາຊັງກະລໍ້. ຢືມໃຊ້ສະບູສູ
ມັນບໍ່ຄືຢືມຄຸ. ຕັ່ງເຕັນຂອງໃຊ້
ຍາມສົ່ງຄືນກະຄືດ້າມ. ປະລິມານຄືເກົ່າ
ຢືມກັບໄຟໄປຂີດໄຕ້. ຂໍໃຊ້ຊົ່ວຄາວ ບໍ່ວ່າ

ເປັນຕາຊັງ ອີກໜຶ່ງນັ້ນ. ບອກວ່າຮັກແພງກັນ
ຍາມມາຢາມເຮືອນຊານ. ເບື່ອກັນເອົາແທ້
ບາງຄົນຈົນເມົາແອ້. ສະຕິຫົດຕົດແຕກ
ບາງຄົນກິນບໍ່ແລ້ວ. ຍັງໂວເວົ້າແຂງກັນ

ເປັນຕາຊັງໂພດຮ້າຍ. ພວກມັກນຸ່ງເຂີນເຂີນ
ເກີນວ່າຄືເອົາເຫຼືອ. ຂາດຊັບສິນເງິນໃຊ້
ຍາມຊິນັ່ງນົບໄຫວ້. ຈັກດຶງຫລັງດຶງໜ້າ
ຂີນລູກຕາແທ້ແທ້. ສັງບໍ່ແກ້ໂລດ ອີ່ນາງ

ເປັນຕາຊັງຜູ່ເຖົ້າ. ບໍ່ຮູ້ວັດຈຳສິນ
ຊອກຫາກິນແຕ່ກາງຄືນ. ບໍ່ຮູ້ກັບຄືນບ້ານ
ຊ່າງບໍ່ອາຍຫລານຫລ້າ. ທາລະການ້ອຍອ່ອນ
ບາດພວກເພີ່ນຕອບຢ້ອນ. ສຳ່ເຫຼັນຫຼ້ອນ ອາຍອີ່ຫຍັງ

ເປັນຕາຊັງແທ່ແທ້. ຊັງຜູ່ເພີ່ນມີເງິນດົກ
ບໍ່ຮູ້ຈັກຈົກຢາຍ. ແຈກທຳທານສ້າງ
ມີແຕ່ຂົນຂົນເຂົ້າ. ກະເປົ໋າຕຶງຈົນຊິແຕກ
ຖ້າມັນຮ້ອງປາກໄດ້. ຄືຊິໃຫ້ຈົມຊັງ ຄືກັນແລ້ວ

ເປັນຕາຊັງຈົນຢາກເວົ້າ. ຊັງຄັກຊັງຫລາຍ
ໜ່າຍຜູ່ງາມຄືຫົງ. ວາດຊົງພັດຄືແຮ້ງ
ຊັງຄົນແປງຖະແຫລງຕ້ານ. ຈາຫວານເວົ້າມ່ວນ
ຂີ່ລົດງາມອາດໂກ້. ບໍ່ຈັກມຽນຮອດຂະຫຍະ ໜ່າຍເດ

ເປັນຕາຊັງ ອີກແລ້ວ. ຫົວຕິງມັນແກວ
ບໍ່ຄືແນວມັນແຊງ. ຢູ່ກັນເປັນຈຸ້ມ
ຊັງຜູ່ສາວສະໃໝ່ນີ້. ແຕ່ງໂຕເກີນບາດ

ໂຊບ່ອນນັ້ນບ່ອນນີ້. ຍາມເຮົາເອື້ນ ຮອດບໍ່ຫລຽວ 


Bounsuane Keophilom
 19 ຊມ. ໃກ້ Ban Phônsavan 
 
ເຝົ້າຝັນ
ຈິດຈໍ່ຈ້ອງ. ຝັກໄຝ່ເຝືອແຝງ
ເຕືມແຮງຝັນ. ຜູກພັນກົມກ້ຽວ
ກາຍໃຈຕັ້ງ. ສີສັນສານສອດ
ຂົດຂອດຂໍ້. ໃຈຕັ້ງຕໍ່ຝັນ

ແປງປູກປັ້ນ. ພຽນລຳ່ແລຫລິງ
ພວນດິນປັບ. ພາກພຽນແພງຕຸ້ມ
ກອຍໃຈແກ້. ກຳຈັດວັດຊະພືດ
ບໍ່ໃຫ້ໃກ້. ແຊງຊ້ອນເກີດຊອນ

ຫາຍໂສກຮ້ອນ. ຍາມສ່ອງແລຫລິງ
ຫລາຍຄົນລໍ. ເບິ່ງຝັນຮຽມນັ້ນ
ຫລາຍສຽງຕ້ານ. ຫ່ວງໃຍຖາມໄຖ່
ບອກບໍ່ໄດ້. ຝັນນັ້ນບໍ່ເຖິງ ເທື່ອແລ້ວ

ພຽງຕໍ່ຕັ້ງ. ວິຖີວາດໃຈຫວັງ
ມິເຫຫັນ. ທ່ຽງທົນທານໝັ້ນ
ບາງວັນຄື້ນ. ໃວແຮງຕຳໃສ່
ໃຈເກືອບທໍ້. ເພື່ອຝັນໃວ້ທຸກຫາຍ

ຫລາຍເທື່ອ ຮຽມພລາດລົ້ມ. ໃນສວນທີ່ຝັນໄຝ່
ແມງໄມ້ກວນ. ຕົນຝັນອາດຫລາຍຫົນ
ນຳ້ໃຈແລ້ງ. ແຫ້ງໄປຈາກບາງຄົນ
ແຕ່ບໍ່ສົນ. ເພາະນອກຝັນ ທີ່ເຝົ້າລໍ

ບໍ່ງອນງໍ້. ຂໍພອນຈາກສະຫວັນ
ສິ່ງທີ່ຝັນ. ອົດທົນສູ້ບໍ່ທໍ້ຖອຍ
ຕັ້ງໃຈໝັ້ນ. ທຳຕາມຄວາມສາມາດພໍ
ເພື່ອເຝົ້າລໍ. ເວລານັ້ນທີ່ເປັນຈິງ



ເສັ້ນທາງຊີວິດ
ດາວເປັ່ງແສງ
ກາງນະທີແມ່ນຳ້. ບໍ່ເຄີຍຫ່າງກະແສຟອງ
ປຸນປຽບຄືຊີວິດ. ຜ່ານແດດຝົນໜາວຮ້ອນ
ມີຍາມສຸກຍາມເສົ້າ. ສະຫລັບກັນບໍ່ຕ່າງ
ທາງຊີວິດວ່ານັ້ນ. ກະຄືດ້າມດັ່ງດຽວ

ຊິໄປຢຶດກອດກ້ຽວ. ເອົາແນ່ຫຍັງຫລາຍ
ອັນວ່າສັງຂານຂັນ. ຕ່າງກັນເຊີງຊັ້ນ
ບາງຄົນຫາຍໃຈເຂົ້າ. ຍັງບໍ່ທັນໄດ້ທັ່ງອອກ
ບາງຄົນຫາຍອອກໄດ້. ສິ້ນລົມຊຳ້ເຂົ້າບໍ່ທັນ ກະມີໃດ

ໃນຊີວິດວ່ານັ້ນ. ຜ່ານຜ່າພົງໜາມ
ສັດຕູມານພານພົບ. ໄລ່ຖວງຖາມໜີ້
ຄືຄວາມເຈັບຄວາມໄຂ້. ຜິດຫວັງເສົ້າໂສກ
ຍອມຈຳນົນຄືພ່າຍແພ້. ສັດຕູແຫຍ້ບໍ່ຫລີກຫຼົບ

ຖ້າຈົມປັກບໍ່ຄິດແກ້ ມັນຍິ່ງແຜ່ອິດທິພົນ
ຈິດວົກວົນຫົນຫວຍ. ຈົ່ມແຕ່ຊວຍໝົດຊາດ
ໂອກາດມີບໍ່ທຳສ້າງ. ຖອນຈິດຕົນອອກຫ່າງ
ຈາກວັງເວີນຮົກຮ້າງ. ວາງໃວ້ອາດີດຫລັງ

ຖ້າຈົມປັກຖືຢຶດໝັ້ນ ມັນຍິ່ງແຜ່ຂະຫຍາຍຜົນ
ຊີວິດຄົນຄິດຫຍັງຫລາຍ. ຜ່ອນຄາຍເສີມສ້າງ
ຖ້າປ່ອຍວາງລົງໄດ້. ເບົາສະບາຍໃຈຊວາງ
ເພີ່ມກຸສົນໃໝ່ເຂົ້າ. ລືມເລື້ອງເກົ່າຫລັງ

ແລ້ວຮູ້ຫລົບຫຼີກລີ້. ຈາກພິດຮ້າຍໄພພານ
ເມດຕາຈິດພາວະນາ. ລອບພາຫຼົບລີ້
ແລະທຳບຸນເສີມສ້າງ. ປາລະມີໃຫ້ສູງສົ່ງ

ວາງມານະໃຫ້ໄດ້. ໃຈແຈ້ງ ບໍ່ທຸກຕົນ ຫັ້ນແລ້ວ




ไม่มีความคิดเห็น:

แสดงความคิดเห็น